Traditional Songs "ຈຳປາເມືອງລາວ" Слова песни

Перевод на:en

ຈຳປາເມືອງລາວ

ໂອ ດວງຈຳປາເວລາຊົມດອກນຶກເຫັນພັນຊອງມອງເຫັນຫົວໃຈເຮົານຶກຂື້ນໄດ້ໃນກິນເຈົ້າຫອມເປັນສວນດອກໄມ້ບີດາປູກໄວ້ຕັ້ງແຕ່ນານມາເວລາຫງ່ວມເຫງົາເຈົ້າຊ່ວຍບັນເທົາເຮົາຫາຍໂສກ­າເຈົ້າດວງຈຳປາຄູ່ຄຽງເຮົາມາແຕ່ຍາມນ້ອຍ ເອີຍ...

ກິນເຈົ້າສຳຄັນຕິດພັນຫົວໃຈເປັນໜ້າຮັກໄຄ່ແພງໄວ້ເຊີຍຊົມຍາມເຫງົາເຮົາດົມ ໂອ ຈຳປາຫອມເມື່ອດົມກຶ່ນເຈົ້າປານພົບຊູ້ເກົ່າທີ່ພາກຈາກໄ­ປເຈົ້າເປັນດອກໄມ້ທີ່ງາມວິໄລຕັ້ງແຕ່ໄດມາເຈົ້າດວງຈຳປາມາລາຂວັນຮັກຂອງຮຽມນີ້ເອີຍ

ໂອ ດວງຈຳປາ ບຸບຜາເມືອງລາວງາມດັ່ງດວງລາວ ຊາວລາວເພິ່ງໃຈເກີດຢູ່ພາຍໃນແດນດິນລ້ານຊ້າງຖ້າໄດ້ພັດພາກເນລະເທດຈາກບ້ານເກີດເມືອງນອນຮຽມຈະເອົາເຈົ້າເປັນຄູ່ຮ່ວມເຫງົາເທົ່າສິ້ນຊ­ີວາເຈົ້າດວງຈຳປາມາລາງາມຍິ່ງມິ່ງເມືອງລາວເອີຍ

ໂອ ດວງຈຳປາ ບຸບຜາເມືອງລາວງາມດັ່ງດວງລາວ ຊາວລາວເພິ່ງໃຈເກີດຢູ່ພາຍໃນແດນດິນລ້ານຊ້າງຖ້າໄດ້ພັດພາກເນລະເທດຈາກບ້ານເກີດເມືອງນອນຮຽມຈະເອົາເຈົ້າເປັນຄູ່ຮ່ວມເຫງົາເທົ່າສິ້ນຊ­ີວາເຈົ້າດວງຈຳປາມາລາງາມຍິ່ງມິ່ງເມືອງລາວເອີຍ

Здесь можно найти слова песни ຈຳປາເມືອງລາວ Traditional Songs. Или текст стиха ຈຳປາເມືອງລາວ. Traditional Songs ຈຳປາເມືອງລາວ текст.